ໃນວັນທີ 10 ທັນວາ 2019 ເລວາ 8:30 ຄະນະ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ພະນັກງານວິຊາການ ຈຳນວນໜຶ່ງ ໄດ້ລົງຊີ້ນຳວຽກງານອອກ ໃບຕາດິນ ເປັນລະບົບ ແລະ ອອກສະເພາະຕອນ ຢູ່ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ນາຊາຍທອງ ໃຫ້ໄດ້ຕາມແຜນການປີ 2019 ໂດຍເຂົ້າຮ່ວມ ຂອງ ຫົວໜ້າ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ນາຊາຍທອງ, ຮອງຫົວໜ້າ ແລະ ພ້ອມດ້ວຍວິຊາການ  ຈຳນວນ 13 ທ່ານ ຍິງ 2 ທ່ານ.


         ໃນວັນທີ 6 ທັນວາ 2019 ນີ້ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ເຊື່ອມຊືມເອກະສານດໍາເນີນຊີວິດການເມືອງເພື່ອກ້າວເຂົ້າສູ່ການກະກຽມ ກອງປະຊຸມໃຫຍ່ຄັ້ງທີ 2 ຂອງ ຄະນະ ພັກຮາກຖານຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ປະກາດການແຕ່ງຕັ້ງບົງຕົວເລຂາ, ຄະນະໜ່ວຍພັກ 8 ຂະແໜງທີ່ຂື້ນກັບ ຄະນະພັກຮາກຖານຂອງ ພຊສ.ນວ ທີ່ຫ້ອງປະຊຸມຊັ້ນ 03 ພຊສ.ນວ.

    ໃນຕອນເຊົ້າຂອງວັນພະຫັດ, ວັນທີ 05 ທັນວາ 2019 ເວລາ 8:30 ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດ ກອງປະຊຸມ ທາບທາມ ຄັດເລືອກ ບຸກຄະລາກອນ ເພື່ອເປັນຄະນະບໍລິຫານງານ ຊາວໜຸ່ມ 

         ໃນວັນທີ 05 ທັນວາ 2019 ນີ້ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ເງິນຄ່າຊົດເຊີຍໃຫ້ແກ່ ເຈົ້າຂອງດິນທີ່ໄດ້ຮັບຜົນກະທົບຈາກ ໂຄງການ ກໍ່ສ້າງ ທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ຄັ້ງທີ 2 ໂດຍພາຍໃຕ້ການເປັນ ປະທານ ຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ.

         ໃນຕອນເຊົ້າຂອງວັນພຸດ, ວັນທີ 4 ທັນວາ 2019 ເວລາ 8:30 ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ໄດ້ກອງປະຊຸມມາບທາມ, ຄັດເລືອກເອົາບຸກຄະລາກອນ ເຂົ້າເປັນ ຄະນະບໍລິຫານງານ ສະຫະພັນແມ່ຍິງ ຊຸດໃໝ່ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະ ຄອນຫຼວງວຽງຈັນ, ໂດຍໃຫ້ກຽດເປັນ ປະ ທານ ຂອງ ທ່ານ  ບຸນລັດ ສຸດທະວົງ ຄະນະພັກຮາກຖານ ແລະ ທ່ານ ນາງ ຈັນສຸກ ບົວລະວັນ ຮັກສາການ ປະທານ ສະຫະ ພັນແມ່ຍິງ ພ້ອມສະມາຊິກແມ່ຍິງ ພາຍໃນພະແນກເຂົ້າຮ່ວມທັງໝົດ.

Subcategories