ພະ​ແນ​ກ ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ນະຄອນຫຼວງ​ວຽງ​ຈັນ ອອກ​ແຮງ​ງານ​ສ້າງ​ຂະ​ບວນການ​ຕ້ອນຮັບວັນ​ສໍາຄັນ​ຕ່າງໆ​ຂອງ​ຊາດຂອງ​ພັກ ​ໂດຍ​ສະ​ເພາະ​ຕ້ອນຮັບ​ກອງ​ປະຊຸມສາມຂັ້ນ​ຂອງ​ພັກ ​ແລະ ກອງ​ປະຊຸມອົງການ​ຈັດ​ຕັ້ງ​ມະຫາຊົນຂອງ​ ພະ​ແນ​ກ ຂອງຕົນທີ່​ຈະ​ຈັດ​ຂຶ້ນ​​ໄວໆ​ນີ້ໃຫ້​ມີ​ບັນຍາກາດ​ຟົດ​ຟື້ນ ​ແລະ ​ເຕັມ​ໄປ​ດ້ວຍ ​ຄວາມ​ໝາຍ-​ຄວາມ​ສໍາຄັນ ​ຂຶ້ນ​ວັນ​ທີ 16 ພະຈິກ 2019 ຢູ່​ພະ​ແນ​ກຕົນ ມີ ​​ທ່ານ​ ແອ໋ງພອນ ​ແພງ​ສຸວັນ ຮອງ​ຫົວໜ້າ ພະ​ແນ​ກ ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ນະຄອນຫຼວງ​ວຽງ​ຈັນ ແລະ ພະນັກງານ-​ລັດຖະກອນ​ເຂົ້າ​ຮ່ວມ 150 ​ຄົນ ເຊິ່ງການ​ອອກ​ແຮງ​ງານລວມຄັ້ງ​ນີ້​ໄດ້​ພ້ອມ​ກັນ​ຕັດ​ຫຍ້າ ​ເກັບ​ຂີ້​ເຫຍື້ອ ສ້ອມ​ແຊ​ມຕົ້ນ​ໄມ້ກິນ​ໝາກ ແລະ ຕົ້ນ​ໄມ້​ປະດັບ​. (ບົດຂ່າວ ສະບາ​ໄພ ໜັງສືພິມ ວຽງຈັນໃໝ່ 18 ພະຈິກ 2019).

       ໃນວັນສຸກ ວັນທີ 15 ພະຈິກ 2019 ຢູ່ທີ່ຫ້ອງປະຊຸມ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະ ຄອນຫຼວງວຽງຈັນ. ໄດ້ເປີດກອງປະຊຸມ ປະເມີນແຜນກຳນົດ ພະນັກງານ ນຳພາ-ຄຸ້ມຄອງຂຶ້ນ ແລະ ກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ການຈັດຕັ້ງປະຕິບັດແຂ່ງຂັນ ຮັກຊາດ ແລະ ພັດທະນາ . ພາຍໃຕ້ການເປັນ ປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ມີຮອງຫົວໜ້າ ພະແນກ ພາຍ ໃນ, ຮອງຫົວໜ້າ ພະແນກ ພຊສ.ນວ ພ້ອມດ້ວຍ, ຫົວໜ້າຂະແໜງ, ຮອງຫົວໜ້າ ຂະແໜງ ແລະ ພະນັກງານລັດຖະກອນທັງໝົດຂອງ ພະແນກ ເຂົ້າຮ່ວມ.

        ກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບ ຜົນການກວດກາ ໂຄງການເຊົ່າ ແລະ ສໍາປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2019 ທີ່ ຫ້ອງປະຊຸມ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນຳ

    ໃນຕອນແລງ ຂອງວັນທີ 23 ຕຸລາ 2019 ຢູ່ທີ່ ຫ້ອງປະຊຸມ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໄດ້ຈັດພິທີປະກາດຊັບຊ້ອນແຕ່ງຕັ້ງ ພະນັກງານ ວິຊາການໄປ ປະຈຳ ຢູ່ແຕ່ລະ ຂະແໜງ ຢູ່ພາຍໃນ ພະ ແນກ ພຊສ.ນວ ຂຶ້ນ. ພາຍໃຕ້ການເປັນປະທານ ຂອງ  ທ່ານ ບຸນທາມ  ພຸດທະວົງສາ ຫົວໜ້າ ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.  ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ  ແລະ ພະນັກງານລັດຖະກອນເຂົ້າຮວ່ມ.

.

          ໃນຕອນບ່າຍ ຂອງວັນທີ 13 ກັນຍາ 2019. ຢູ່ທີ່ຫ້ອງປະຊຸມ ຊັ້ນ III ຂອງ ພະແນກ ຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໄດ້ຈັດພິທີມອບຮັບໜ້າທີ່ ຫົວໜ້າ ຂະແໜງ ຜູ້ເກົ່ ແລະ ຜູ້ໃໝ່ຂຶ້ນ.ພາຍໃຕ້ການ ເປັນປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ມີທ່ານ ຮອງຫົວຫນ້າ ພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ  08 ຂະແໜງ ພ້ອມດ້ວຍ ພະນັກງານວິ ຊາການຂອງ ພະແນກ ເຂົ້າຮ່ວມ.

Subcategories